ທຸລະກິດພື້ນຖານ

ວິຊາ: ທຸລະກິດພື້ນຖານ
ບົດທີ 1
ພາບລວມກ່ຽວກັບທຸລະກິດ

I.                  ວັດຖຸປະສົງຂອງການຮຽນຮູ້

·         ເຂົ້າໃຈຄວາມສຳຄັນ ແລະ ຄວາມໝາຍ
·         ເຂົ້າໃຈປະເພດຂອງທຸລະກິດ ວັດຖຸປະສົງ ແລະ ສາຍເຫດຂອງການປະກອບທຸລະກິດ
·         ອະທິບາຍປັດໃຈສະພາບແວດລ້ອມທີ່ມີຜົນຕໍ່ການດຳເນີນທຸລະກິດໄດ້
·         ອະທິບາຍເຖິງໜ້າທີ່ຫຼັກຂອງທຸລະກິດ ແລະ ສາເຫດຂອງການສຶກສາທຸລະກິດໄດ້

II.               ຄວາມໝາຍ ແລະ ຄວາມສຳຄັນຂອງທຸລະກິດ

·         ທຸລະກິດມີບົດບາດສຳຄັນຕໍ່ເສດຖະກິດ
·         ທຸລະກິດຊ່ວຍເພີ່ມມາດຕະຖານການຄອງຊີບຂອງຄົນໃນປະເທດ
·         ທຸລະກິດສ້າງລາຍໄດ້ໃຫ້ກັບລັດຖະບານ
·         ທຸລະກິດສ້າງຜະລິດຕະພັນ ແລະ ບໍລິການ

III.           ຄວາມໝາຍຂອງທຸລະກິດ

·         ກິດຈະກຳໃດໆກໍຕາມທີ່ເຮັດໃຫ້ເກີດມີສິນຄ້າ ຫຼື ບໍລິການຂື້ນແລ້ວມີການແລກປ່ຽນຊື້ຂາຍກັນ ແລະ ມີວັດຖຸປະສົງຈະໄດ້ປະໂຫຍດຈາກການກະທຳກິດຈະການນັ້ນ
·         ຂະບວນການຜະລິດ ການຈຳໜ່າຍທັງສິນຄ້າ ແລະ ການບໍລິການຕາມຄວາມຕ້ອງການຂອງຜູ້ບໍລິໂພກ
·         ກິດຈະກຳທັງປວງໃນການສະແຫວງຫາກກຳໄລ ແລະ ກິດຈະການທີ່ຜະລິດສິນຄ້າ ແລະ ການບໍລິການທີ່ຈຳເປັນຕໍ່ລະບົບເສດຖະກິດ

IV.           ສ່ວນປະກອບຂອງທຸລະກິດ

·         ເປັນກິດຈະກຳການແລກປ່ຽນ
·         ສິນຄ້າ ແລະ ບໍລິການ
·         ກຳໄລ
ກ່ອນເລີ້ມປະກອບທຸລະກິດຈະຕ້ອງຄຳນືງເຖີງຄວາມສ່ຽງປະກອບດ້ວຍ

V.              ປະວັດປະສົງຂອງການປະກອບທຸລະກິດ

·         ເພື່ອສ້າງຜົນກຳໄລໃຫ້ກັບກິດຈະການ
·         ເພື່ອຄວາມຢູ່ລວດແລະການຈະເລີນເຕີບໂຕຢ່າງຢັ້ງຢືນຂອງທຸລະກິດ
·         ເພື່ອຄວາມໝັ້ນຄົງ ແລະ ຄວາມເປັນປືກແຜ່ນແກ່ກິດຈະການ
·         ເພື່ອໃຫ້ກິດຈະການປະສົບຄວາມສຳເລັດ ແລະ ສ້າງຊື່ສຽງໃຫ້ກັບກິດຈະການ ແລະ ເຈົ້າຂອງກິດຈະການ

VI.           ປະເພດຂອງທຸລະກິດ

1.     ແບ່ງຕາມລັກສະນະຂອງຜະລິດຕະພັນ

·         ທຸລະກິດການຜະລິດ
·         ທຸລະການບໍລິການ
·         ທຸລະກິດການຄ້າ
-       ທຸລະກິດຄ້າສົ່ງ
-       ທຸລະກິດຄ້າຍ່ອຍ

2.     ແບ່ງຕາມຂະໜາດຂອງທຸລະກິດ ແລະ ມູນຄ່າຊັບສິນຖາວອນ

-       ວິສະຫະກິດຂະໜາດນ້ອຍ
-       ວິສະຫະກິດຂະໜາດກາງ
-       ວິສະຫະກິດຂະໜາດໃຫ່ຍ

ໃຫ້ພິຈາລະນາຈຳນວນການຈ້າງງານ ຫຼື ມູນຄ່າຊັບສິນຖາວອນທີ່ນ້ອຍກວ່າເປັນເກນໃນການພັດທະນາ

ไม่มีความคิดเห็น:

แสดงความคิดเห็น