ເສດຖະສາດ

ວິຊາ: ເສດຖະສາດຈຸລະພາກ

ບົດທີ 1
ພາກສະເໜີກ່ຽວກັບເສດຖະສາດຈຸລະພາກ

I.                 ຄວາມໝາຍຂອງເສດຖະສາດຈຸລະພາກ

ເສດຖະສາດຈຸລະພາກແມ່ນວິຊາໜື່ງທີ່ສຶກສາເສດຖະກິດໃນພາກສ່ວນຍ່ອຍທີ່ກ່ຽວຂ້ອງທາງພືດຕິກຳເສດຖະກິດຂອງບຸກຄົນ ແລະ ນິຕິບຸກຄົນເຊັ່ນ: ຜູ້ບໍລິໂພກ,ຜູ້ຜະລິດ ແລະ ເຈົ້າຂອງປັດໃຈການຜະລິດ ຫຼື ໜ່ວຍເສດຖະກີດອື່ນ ທີ່ປະກອບກິດຈະກຳທາງເສດຖະກີດ ຢູ່ໃນລະບົບເສດຖະກີດທັງໃນງານະຂອງບຸກຄົນ ຫຼື ກຸ່ມຂອງບຸກຄົນເປັນຕົ້ນ

II.             ຊັບພະຍາກອນທີ່ຫາຍາກ

ຊັບພະຍາກອນຄືສີ່ງທີ່ຖືວ່າມີຄຸນນະພາບອາດມີຮູບຮ່າງເຊັ່ນ: ເງີນ,ສົມບັດຜັດສະຖານ ແລະ ອາດຈະບໍ່ມີຮູບຮ່າງກໍໄດ້ເຊັ່ນ:ຊັບສິນທາງປັນຍາເຊີ່ງກົງກັບຄຳກອນທີ່ວ່າ: ມີປັນຍາເໝືອນມີຊັບສິນຢູ່ເປັນຮ້ອຍເປັນພັນ,ອີກຄຳເວົ້່າໜື່ງບອກວ່າແມ່ນບໍ່ເກີດ ຫຼື ທີ່ເກີດຊັບພະຍາກອນຈື່ງໝາຍເຖີງສີ່ງທັງປວງທີ່ມີຄຸນນະພາບ ແລະ ເປັນບໍ່ເກີດແຫ່ງຊັບສິນເຊັ່ນ: ຊັບໃນດິນສິນໃນນ້ຳເຊີ່ງເປັນສີ່ງທີ່ມີຢູ່ ຫຼື ເກີດຕາມທຳມະຊາດອັນອາດນຳມາໃຊ້ເປັນປະໂຫຍດໄດ້.
ຊັບພະຍາກອນເສດຖະກິດແມ່ນຊັບພະຍາກອນທີ່ມີຢູ່ຢ່າງຈຳກັດ. ໂດຍທົ່ວໄປຈະກວມເອົາຊັບພະຍາກອນທັງໝົດ ເປັນຕົ້ນແມ່ນຊັບພະຍາກອນມະນຸດ ຊັບພະຍາກອນທຳມະຊາດ ແລະ ຊັບພະຍາກອນທີ່ໄດ້ຮັບການປຸງແຕ່ງແລ້ວ ເພື່ອໃຊ້ເຂົ້າໃນການຜະລິດສິນຄ້າ ແລະ ການບໍລິການ(ເຊີ່ງມີໂຮງງານ,ອຸປະກອຍເຄື່ອງມືແຕ່ງໆ,ເຄື່ອງຈັກ) ທີ່ໃຊ້ສຳລັບການຜະລິດ ແລະ ປຸງແຕ່ງສິນຄ້າ,ຈີ່ງອຳນວຍຄວາມສະດວກໃນການຄົມມະນາຄົມຂົນສົ່ງລວມທັງທຸກປະເພດແຮງງານ,ທີ່ດິນ ແລະ ຊັບພະຍາກອນບໍ່ແຮ່ທຸກປະເພດ.

III.         ຄວາມສຳຄັນ ແລະ ຜົນປະໂຫຍດຂອງເສດຖະສາດຈຸລະພາກ

3.1   ຄວາມສຳຄັນ

Ø ເສດຖະສາດມີການກ່ຽວຂ້ອງກັບແຕ່ລະຄົນ
ເສດຖະສາດກ່ຽວຂ້ອງກັບຊີວິດປະຈຳວັນຂອງແຕ່ລະຄົນຄົນຄືບັນຫາການເລືອກສິນຄ້າ ແລະ ບໍລິການ,ບັນຫາການຈ້າງງານ,ການຈ່າຍເງີນເດືອນ,ການແຈກຈາຍລາຍໄດ້ໃຫ້ພຽງພໍກັບລາຍຈ່າຍ,ບັນຫາພາວະເງີນເຟີ້,ບັນຫາການຫຼຸດຄ່າຂອງເງີນ ແລະ ອື່ນໆລ້ວນແຕ່ເປັນບັນຫາທີ່ສຳຄັນ ແລະ ຕ້ອງການຜູ້ທີ່ມີຄວາມເຂົ້າໃຈເພື່ອຫາແນວທາງໃນການແກ້ໄຂບັນຫາທີ່ດີ ແລະ ຖືກຕ້ອງ ຜູ້ນຽນວິຊາເສດຖະສາດ ອາດຈະເຂົ້າໃຈບັນຫາທີ່ກ່າວມາໄດ້ດີກວ່າຜູ້ທີ່ບໍ່ມີຄວາມຮູ້ທາງເສດຖະສາດເລີຍ.
Ø  ເສດຖະສາດມີການກ່ຽວຂ້ອງກັບປະຊາຊົນຂອງປະເທດ
ການຮຽນຮູ້ຫຼັກການ ແລະເ ທິດສະດີຂອງເສດຖະສາດຈະຊ່ວຍໃຫ້ຜູ້ຮຽນໄດ້ເຂົ້າໃຈເຖີງກົນໄກການເຮັດວຽກຂອງລະບົບເສດຖະກິດໄດ້ດີຂື້ນ,ເຂົ້າໃຈບົດບາດ ແລະ ໜ້າທີ່ຂອງໜ່ວຍງານຕ່າງໆໃນລະບົບເສດຖະກິດເຊັ່ນ:ຄົວເຮືອນ,ອົງກອນທຸລະກິດ ແລະ ລັດຖະບານທັງຈະຊ່ວຍໃຫ້ເຂົ້າໃຈນະໂຍບາຍ ແລະ ແນວທາງທີ່ທຸກຄົນຕ້ອງປະຕິບັດເພື່ອໃຫ້ທຸກຝ່າຍໄດ້ຮັບສີ່ງທີ່ດີທີ່ສຸດທີປະໂຫຍດຫຼາຍທີ່ສຸດທັງຕໍ່ຕົນເອງ ແລະ ສ່ວນລວມຂອງປະເທດ
Ø  ເສດຖະສາດມີການກ່ຽວຂ້ອງກັບຜູ້ບໍລິຫານ
ແມ່ນມີຄວາມສຳຄັນກັບຜູ້ບໍລິຫານບໍ່ວ່າຈະເປັນຜູ້ບໍລິຫານລະດັບລ່າງເຊັ່ນ:ຫົວໜ່ວຍທຸລະກິດ ແລະ ບໍລິຫານລະດັບສູງຄືຜູ້ບໍລິຫານປະເທດເພາະຄວນມີຄວາມຮູ້ ແລະ ຄວາມເຂົ້າໃຈດ້ານເສດຖະກິດເພາະເຫດການທີ່ຈະເກີດຂື້ນ ຫຼື ການຕັດສິນໃຈຕ່າງໆຈຳເປັນຕ້ອງອາໃສຄວາມຮູ້ທາງເສດຖະສາດໄປວິໃຈ ແລະ ໃຊ້ປະກອບເຂົ້າໃນການດຳເນີນງານໃດໜື່ງເພື່ອໃຫ້ເກີດຜົນປະໂຫຍດແກ່ການບໍລິຫານວຽກງານຂອງປະເທດ.
Ø  ເສດຖະສາດມີການກ່ຽວຂ້ອງກັບຜົນປະໂຫຍດຂອງປະເທດ
ຄວາມຮູ້ດ້ານເສດຖະສາດຈະຊ່ວຍຮັກສາຜົນປະໂຫຍດຂອງປະເທດໄດ້ເພາະການເຄື່ອນໄຫວຫຼາຍໆດ້ານເຊັ່ນ:ການຄ້າລະຫວ່າງປະເທດ,ການລົງທືນຂອງຕ່າງປະເທດ,ການນຳໃຊ້ຊັບພະຍາກອນທຳມະຊາດ,ການສຳປະທານ ແລະ ການສົ່ງເສີມກະສິກຳບາງຢ່າງຜູ້ບໍລິຫານລະດັບສູງຈຳເປັນຕ້ອງມີຄວາມຮູ້ທາງດ້ານເສດຖະສາດເປັນພື້ນຖານເພື່ອຊ່ວຍໃຫ້ມີການຕັດສິນໃຈ ແລະ ການພິຈາລະນາບັນຫາຕ່າງໆດີຂື້ນເຊີ່ງຈະເປັນປະໂຫຍດແກ່ການບໍລິຫານປະເທດ.
Ø  ເສດຖະສາດມີສ່ວນເຮັດໃຫ້ປະເທດມີຄວາມໝັ້ນຄົງ
ການບໍລິຫານຊັບພະຍາກອນທີ່ຫາຍາກດ້ວຍຄວາມຮອບຄອບ ແລະ ດ້ວຍຄວາມຮູ້ທີ່ໄດ້ຈາກວິຊາເສດຖະສາດຈຳນຳເອົາຄວາມສຳບູນພູນສຸກ ແລະ ສ້າງຄວາມໝັ້ນຄົງມາສູ່ປະເທດເພາະຖ້າຮູ້ວິທີການຈັດສັນທີ່ດີຂອງການນຳໃຊ້ຊັບພະຍາກອນນັ້ນກໍ່ຈະມີຢູ່ໃຊ້ໄດ້ດົນຕະຫຼອດໄປ ແລະ ເຮັດໃຫ້ປະເທດມີຄວາມໝັ້ນຄົງໂດຍບໍ່ຕ້ອງເພີ່ງພາອາໃສປະເທດອື່ນ.

3.2​ ຜົນປະໂຫຍດ

1. ໃນຖານະທີ່ເປັນຜູ້ຊົມໃຊ້
- ເຮັດໃຫ້ຮູ້ຈັກໃຊ້ຊັບພະຍາກອນທີ່ມີຢູ່ຢ່າງຈຳກັດໃຫ້ເກີດຜົນປະໂຫຍດສູງສຸດ
- ເຮັດໃຫ້ສາມາດຮູ້ຈຳແນກປຽບທຽບໃນການຊື້ສິນຄ້າ ແລະ ການບໍລິການທີ່ມີປະໂຫຍດເພື່ອຕອບສະໜອງຄວາມຕ້ອງການຂອງຕົນ ແລະ ບຸກຄົນໃນຄອບຄົວໃນລາຄາທີ່ປະຫຍັດທີ່ສຸດ
- ສາມາດຄາດຄະເນສະຖານະທາງດ້ານເສດຖະກີດເຊັ່ນ: ການປ່ຽນແປງຂອງລາຄາສີນຄ້າ ແລະ ບໍລິການ ຫຼື ການບໍລິການໃຫ້ຖືກຕ້ອງ.
2. ໃນຖານະທີ່ເປັນຜູ້ຜະລິດ ແລະ ເປັນເຈົ້າຂອງປັດໃຈການຜະລິດ: ຈະເຮັດໃຫ້ເປັນຜູ້ຜະລິດທີ່ມີຄວາມສາມາດເຊີ່ງໝາຍຄວາມວ່າຈະຜະລິດສີນຄ້າ ແລະ ການບໍລິການໃຫ້ໄດ້ກຳໄລສູງສຸດ ແລະ ຍັງເຮັດໃຫ້ເກີດຜົນດີດັ່ງຕໍ່ໄປນີ້
- ເຮັດໃຫ້ມີຄວາມສຳນືກຢູ່ສະເໝີວ່າຊັບພະຍາກອນທີ່ນຳໃຊ້ເຂົ້າໃນການຜະລິີດສິນຄ້າ ແລະ ບໍລິການຕ່າງໆແມ່ນມີຢູ່ຢ່າງຈຳກັດດັ່ງນັ້ນຈື່ງຄວນໃຊ້ໃຫ້ເປັນປະໂຫຍດ ຫຼື ໃຫ້ຜົນຕອບແທນສູງສຸດ
- ເຮັດໃຫ້ສາມາດຈັດສັນ ຫຼື ສະໜອງສີນຄ້າ ແລະ ບໍລິການທີ່ຜູ້ຜະລິດໄປສູ່ຜູ້ທີ່ໄດ້ຮັບຫຼາຍທີ່ຄວນສຸດ ແລະ ເໝາະສົມກັບຄວາມຕ້ອງການຂອງຄົນເຮົາ
- ສາມາດຄາດຄະເນຄວາມຕ້ອງການທາງດ້ານວັດຖຸດິບ ແລະ ປັດໃຈການຜະລິດອື່ນໆຢ່າງຖືກຕ້ອງທັງສາມາດຄາດຄະເນຄວາມຕ້ອງການຂອງຜູ້ຊົມໃຊ້ສິນຄ້າທີ່ຕົນຜະລິດອອກມານັ້ນ
- ເຮັດໃຫ້ປະຫຍັດຄ່າໃຊ້ຈ່າຍ ຫຼື ຕົ້ນທຶນການຜະລິດເພື່ອແຂ່ງຂັນກັບຄົນອື່ນເຊີ່ງກໍ່ໃຫ້ເກີດກຳໄລຫຼາຍຂື້ນ
3. ໃນຖານະທີ່ເປັນຜູ້ກຳນົດນະໂຍບາຍເສດຖະກິດຂອງປະເທດ.
- ຈະເຮັດໃຫ້ມີຄວາມຮູ້ເພື່ອຊ່ວຍໃນການຕັດສິນໃຈ
- ຊ່ວຍໃຫ້ເຂົ້າໃຈບັນຫາເສດຖະກີດເພື່ອນຳໄປກຳນົດນະໂຍບາຍ ແລະ ການແກ້ໄຂບັນຫາທາງດ້ານເສດຖະກິດໃຫ້ມີປະສິດທິພາບ ແລະ ຜົນປະໂຫຍດໃຫ້ປະເທດຍີ່ງຂື້ນ
- ສາມາດຈັດສັນຄວາມສຳຄັນຂອງໂຄງການຕ່າງໆຕາມຄວາມຈຳເປັນ ແລະ ຄວາມຕ້ອງການຂອງປະຊາຊົນລວມທັງປະເທດ
- ສາມາດຈັດສັນຊັບພະຍາກອນເພື່ອບໍລິການໃນພາກສ່ວນຕ່າງໆຢ່າງທົ່ວເຖີງເທົ່າທີ່ຈະເຮັດໄດ້
- ສາມາດວາງນະໂຍບາຍໃນການດຳເນີນງານທາງດ້ານເສດຖະກິດເພື່ອສ້າງຄວາມຮັ່ງມີ ແລະ ຄວາມໝັ້ນຄົງໃຫ້ປະເທດຫຼາຍຂື້ນ.

ບົດທີ 2

ຂໍ້ຈຳກັດທາງດ້ານງົບປະມານ Budget

I.                 ຄວາມໝາຍຂອງຂໍ້ຈຳກັດທາງດ້ານງົບປະມານ

ຂໍ້ຈຳກັດທາງດ້ານງົບປະມານໝາຍເຖິງຈຳນວນເງີນທີ່ຜູ້ຊົມໃຊ້ ຫຼື ຜູ້ບໍລິໂພກໃຊ້ຈ່າຍສຳລັບຊື້ສິນຄ້າ ແລະ ການບໍລິການ ຫຼາຍຊະນິດແຕ່ບໍ່ເກີນງົບປະມານທີ່ມີຢູ່. ບັນດາສິນຄ້າທີ່ຜູ້ຊົມໃຊ້ສາມາດເລືອກຊື້ແມ່ນຈຳນວນສິນຄ້າທີ່ມີມູນຄ່າຕ່ຳກວ່າເງີນງົບປະມານທີ່ຜູ້ບໍລິໂພກ (M) ກຸ່ມຂອງບັນດາສິນຄ້າ (P1,P2,P3,PZ…)
      ຖ້າເຮົາສັງເກດລາຄາຂອງສິນຄ້າໃນເສດຖະກິດກ່ຽວຂ້ອງກັບສິນຄ້າ ແລະ ຈຳນວນເງີນລວມທີ່ຜູ້ຊົມໃຊ້ສາມາດຈ່າຍໄດ້ນັ້ນຄວາມຈຳກັດທາງດ້ານງົບປະມານສາມາດຂຽນໄດ້ດັ່ງນີ້:
M; ໝາຍເຖິງງົບປະມານ ຫຼື ລາຍຮັບຂອງຜູ້ບໍລິໂພກ
ແມ່ນມູນຄ່າສິນຄ້າທີ່ຜູ້ຊົມໃຊ້ຈ່າຍສຳລັບຊື້ສິນຄ້າຊະນິດທີ1
ແມ່ນມູນຄ່າສິນຄ້າທີ່ຜູ້ຊົມໃຊ້ຈ່າຍສຳລັບຊື້ສິນຄ້າຊະນິດທີ2
ແມ່ນມູນຄ່າສິນຄ້າທີ່ຜູ້ຊົມໃຊ້ຈ່າຍສຳລັບຊື້ສິນຄ້າຊະນິດອື່ນໆ







3 ความคิดเห็น: