ການຕະຫຼາດ

ວິຊາ: ຫຼັກການ-ການຕະຫຼາດ

Subject principle of marketing
ບົດທີ 1  ຄວາມຮູ້ທົ່ວໄປກ່ຽວກັບຫຼັກການການຕະຫຼາດ
Unit1 the General of principle of marketing

I.                  ຄວາມໝາຍຂອງປະເພດຕະຫຼາດ (definition of market type)

1.     ຕະຫຼາດຜູ້ບໍລິໂພກ consumer market

ແມ່ນຕະຫຼາດສຳລັບການອຸປະໂພກ ແລະ ບໍລິໂພກໝາຍຄວາມວ່າໃນນາມບໍລິສັດຂາຍສິນຄ້າ ແລະ ການບໍບລິການຫຼາຍຢ່າງ ແລະ ຫຼາຍຜະລິດຕະພັນເຊັ່ນ: ເຄື່ອງດື່ມ, ໂທລະພາບ, ແຟັບ ແລະ ອື່ນໆ ຜູ້ບໍລິຫານຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອສ້າງຮູບແບບຜະລິດຕະພັນຂອງຕົນໃຫ້ເໝືອນກວ່າຄູ່ແຂ່ງຂັນແຕ່ສີ່ງທີ່ແນ່ນອນທີ່ສຸດກໍຄືຈະຕ້ອງຮູ້ຈັກເລືອກກຸ່ມ ຫຼື ປະເພດຕະຫຼາດທີ່ຖຶກຕ້ອງເໝາະສົມພ້ອມນັ້ນຈະຕ້ອງຮູ້ວ່າຜະລິດຕະພັນອັນໃດທີ່ລູກຄ້າຕ້ອງການ ຈະຕ້ອງແຈ້ງໃຫ້ເຂົາຮັບຮູ້ຢ່າງໃດ ແລະ ຈະໂຄສະນາຕໍ່ເນື່ອງຫຼາຍ ຫຼື ນ້ອຍຈື່ງຈະເຮັດໃຫ້ຜະລິດຕະພັນຂອງບໍລິສັດໄດ້ຮັບຮອງຈາກຕະຫຼາດເປົ້າໝາຍ

2.     ຕະຫຼາດທຸລະກິດ business market

ແມ່ນບໍສັດທີ່ຂາຍສິນເຊີ່ງຂາຍສິນຄ້າ ແລະ ການບໍລິການຂອງທຸລະກິດ ຫຼື ສິນຄ້າອຸດສະກຳຜູບໍລິຫານຕ້ອງກາຍເປັນຜູ້ທີ່ມີມືອາຊີບເຊີ່ງມີຄວາມຮູ້ ແລະ ປະສົບການຜ່ານການຝຶກອົບຮົບມາແລ້ວເປັນຢ່າງດີຈິ່ງຈະມີຄວາມສາມາດໃນການປະເມີນເລືອກຊື້ຜະລິດຕະພັນທີ່ຂາຍເນື່ອງຈາກຜູ້ຊື້ຜະລິດຕະພັນໃນຕະເຫຼາດທຸລະກິດ ເພື່ອຫວັງຜົນກຳໄລ ດັ່ງນັ້ນຈື່ງເປັນໜ້າທີ່ຂອງຜູ້ບໍລິຫານການຕະຫຼາດທີ່ຈະຕ້ອງສະແດງສີມື ໃຫ້ຜູ້ຊື້ເຫັນວ່າ ຜະລິດຕະພັນຂອງບໍລິສັດຈະສາມາດເຮັດໃຫ້ເຂົາປະສົບຜົນສຳເລັດ ເຮັດໃຫ້ມີກຳໄລຕາມເປົ້າໝາຍທີ່ວາງໄວ້ ການໃຊ້ການໂຄສະນານັບວ່າມີບົດບາດສຳຄັນ ແຕ່ວ່າວິຊາການ, ຝ່າຍພະນັກງານຂາຍ, ລາຄາ,ຊື່ສຽງ,ຄວາມໜ້າເຊື່ອຖື ແລະ ຄຸນນະພາບຂອງຜະລິດຕະພັນຈະມີບົດບາດສຳຄັນກວ່າ.

3.     ຕະຫຼາດໂລກ Global market

ແມ່ນບໍສັດທີ່ຂາຍສິນຄ້າ ແລະ ການບໍລິການໃນຕະຫຼາດໂລກທີ່ມີການແຂ່ງຂັນກັນຫຼາຍຂື້ນໃນທຸກດ້ານຜູ້ບໍລິຫານຂອງແຕ່ລະບໍສັດຈະຕ້ອງຕັດສິນໃຈເລືອກເອົາປະເທດ,ເລືອກເອົາກົນລະຍຸດການເຂົ້າປະເທດ ແລະ ມີການຕັດສິນໃຈກ່ຽວກັບການປັບປ່ຽນຜະລິດຕະພັນໃຫ້ຖຶກກັບຄວາມຕ້ອງານຂອງລູກຄ້າໃນແຕ່ລະປະເທດ ການກຳນົດລາຄາ, ການປັບການສື່ສານໃຫ້ເຂົ້າກັບວັດທະນະທຳຂອງແຕ່ລະປະເທດ ຫຼື ໃຫ້ຖືກຕ້ອງກັບກົດຫໝາຍລວມເຖິງການເຈລະຈາຕໍ່ລອງ ແລະ ຂໍ້ຮຽກຮ້ອງຂອງລູກຄ້າຕະຫຼອດເຖີງລະບຽບການຄວບຄຸມສິນຄ້ານອກຈາກນັ້ນອັດຕາແລກປ່ຽນ ອາດຈະມີການປັ່ນປ່ວນ ແລະ ອາດຈະເພີ່ມຄວາມສ່ຽງທາງທຸລະກິດ

4.     ຕະຫຼາດທີ່ບໍ່ຫວັງຜົນກຳໄລ Nonprofit and government market

ທີ່ມີການດຳເນີນງານເພື່ອສັງຄົມເປັນສ່ວນໃຫ່ຍເຊັ່ນ: ສະຖາບັນ, ໜ່ວຍງານ,ໂຄງການ,ອົງການຊ່ວຍເຫຼືອຕ່າງໆຂອງລັດທະບານແລະສາກົນ ການຂາຍສິນຄ້າໃຫ້ອົງການເລົ່ານີ້ຕ້ອງມີການລະມັດລະວັງເລື່ອງລາຄາເພາະອົງການເລົ່ານີ້ມີອຳນາດຊື້ຈຳກັດດັ່ງນັ້ນວິທີການຂາຍທີ່ດີກວ່າໝູ່ສຳລັບອົງການເລົ່ານີ້ຄື: ການຍື່ນຊອງປະມູນຜູ້ທີ່ຂາຍທີ່ມີລາຄາຕ່ຳສຸດຈະເປັນຜູ້ທີ່ຖຶກຄັດເລືອກ ແລະ ຕ້ອງຢູ່ພາຍໄຕ້ຂໍ້ກຳນົດຂອງໜ່ວຍງານນັ້ນ


ไม่มีความคิดเห็น:

แสดงความคิดเห็น